
ວັນທີ 11 ພະຈິກ 2014, ໂຄງການເສີມສ້າງຄວາມສາມາດໃຫ້ແກ່ຊາວກະສິກອນດ້ານກະສິກໍາອິນຊີ ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແຂວງອຸບົນຣາຊະທານີ ຫຼື EFFU ໄດ້ຈັດຝຶກອົບຮົມກ່ຽວກັບການສ້າງຕັ້ງສະຫະກອນໃຫ້ແກ່ຊາວກະສິກອນອິນຊີໃນຂົງເຂດແຂວງອຸບົນຣາຊະທານີຫຼາຍກວ່າ 100 ຄົນ, ໂດຍມີນັກວິຊາການຊ່ຽວຊານຈາກຫ້ອງການສະຫະກອນແຂວງອຸບົນຣາຊະທານີ ເປັນວິທະຍາກອນໃຫ້ຄວາມຮູ້ຢູ່ທີ່ໂຮງແຮມ ຢູເພຼດ ມະຫາວິທະຍາໄລອຸບົນຣາຊະທານີ.
ທ່ານນາງ ພອນນີ ເສມໍພາກ ຜູ້ຈັດການໂຄງການ ໄດ້ເປີດເຜີຍວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນການກະກຽມຄວາມພ້ອມສຳລັບການສ້າງຕັ້ງສະຫະກອນກະສິກຳອິນຊີຂອງແຂວງອຸບົນຣາຊະທານີ, ເຊິ່ງບັນດາສະມາຊິກຂອງໂຄງການມີຄວາມເຫັນວ່າ ຄວນລວມກຸ່ມກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາສະມາຊິກໃນການຊຸກຍູ້ສົ່ງເສີມກະສິກຳອິນຊີຢ່າງຮອບດ້ານ. ເມື່ອມີການສ້າງຕັ້ງສະຫະກອນຂຶ້ນແລ້ວ, ຈະມີການສະໜັບສະໜູນປັດໄຈການຜະລິດໃນລາຄາທີ່ຖືກກວ່າຕະຫຼາດ, ການປ່ອຍສິນເຊື່ອໃຫ້ແກ່ຜູ້ທີ່ຂາດແຄນ, ເປັນແຫຼ່ງເກັບກຳຜົນຜະລິດ, ການສົ່ງເສີມການປຸງແຕ່ງ, ການສົ່ງເສີມດ້ານການຕະຫຼາດ.ເຊິ່ງສະຫະກອນສາມາດກຳນົດລາຄາຜົນຜະລິດຮ່ວມກັນໄດ້, ນອກຈາກນັ້ນຍັງມີສະຫວັດດີການ, ສົ່ງເສີມການອອມທຶນ, ການປັນຜົນຕ່າງໆ ໂດຍສະຫະກອນຈະເປັນອົງກອນທີ່ຢືນຢັນຄວາມເຊື່ອໝັ້ນໃຫ້ແກ່ຊາວກະສິກອນອິນຊີວ່າ ເມື່ອມີຜົນຜະລິດແລ້ວຈະມີຕະຫຼາດຮອງຮັບຢ່າງແນ່ນອນ, ເຊິ່ງຖືວ່າເປັນແຫ່ງທຳອິດຂອງແຂວງອຸບົນຣາຊະທານີ.
ທ່ານນາງ ອຸບົນ ສີທອງ, ຊາວກະສິກອນປູກຝັງແບບອິນຊີ, ບ້ານທອງຫຼາງ, ຕາແຫລງທ່າໂພສີ, ເມືອງເດດອຸດົມ ໄດ້ເປີດເຜີຍວ່າ: ການມີສະຫະກອນຈະເຮັດໃຫ້ຊາວກະສິກອນມີຄວາມໝັ້ນໃຈໃນການຜະລິດຫຼາຍຂຶ້ນ, ມີສະມາຊິກທີ່ລວມກຸ່ມກັນຢ່າງຈະແຈ້ງ, ບໍ່ແມ່ນແຕ່ລະຄົນເຮັດແຕ່ລະຢ່າງຄືດັ່ງທີ່ຜ່ານມາ, ຢ່າງໜ້ອຍກໍ່ເປັນການສ້າງກຳລັງໃຈໃຫ້ກັນ ແລະ ກັນ, ຊ່ວຍເຫຼືອກັນໃນສະຫະກອນ. ໃນເບື້ອງຕົ້ນບໍ່ໄດ້ຄາດຫວັງວ່າຈະກຳນົດລາວເຂົ້າອິນຊີໃຫ້ສູງກວ່າຕະຫຼາດທົ່ວໄປ, ພຽງແຕ່ຢາກເຫັນກຸ່ມຄົນທີ່ເຮັດກະສິກຳແບບອິນຊີສາມາດລວມກຸ່ມກັນຢ່າງເປັນຮູບປະທຳຢ່າງຈະແຈ້ງກໍ່ຖືວ່າປະສົບຜົນສຳເລັດແລ້ວ.

ຢ່າງໃດກໍຕາມ, ຈາກການຝຶກອົບຮົມໃນຄັ້ງນີ້, ໄດ້ມີການປຶກສາຫາລືກ່ຽວກັບຫຼັກການເບື້ອງຕົ້ນທີ່ສະມາຊິກໄດ້ຕົກລົງກັນເຫັນດີກ່ຽວກັບຊື່ຮ່ວມກັນວ່າ: ສະຫະກອນກະສິກໍາອິນຊີ ຈໍາກັດ, ການກໍານົດຄ່າທໍານຽມສະໝັກ 50 ບາດຕໍ່ຄົນ, ການກໍານົດຈໍານວນຮຸ້ນທໍາອິດຂອງສະມາຊິກຮຸ້ນລະ 10 ບາດ ແຕ່ບໍ່ຕ່ໍາກວ່າ 10 ຮຸ້ນ ແລະ ຍັງເປີດຮັບສະມາຊິກເສີມອີກດ້ວຍ. ແຕ່ໃນກໍລະນີນີ້, ຈະມີສິດໃນການຝາກເງິນ, ສິດຮັບຟັງ, ສິດຮັບການບໍລິການທາງວິຊາການຂອງສະຫະກອນ ແຕ່ຈະບໍ່ມີສິດອອກສຽງໃດໆ.
ເຊິ່ງທີ່ຕັ້ງຫ້ອງການແມ່ນຢູ່ທີ່ 141/1 ໝູ່ບ້ານ 8 ຕຳບົນ ມ່ວງໃຫຍ່ ເມືອງໂພທໄທ ແຂວງອຸບົນຣາຊະທານີ ແລະ ກໍານົດໃຫ້ການຈົດທະບຽນສຳເລັດພາຍໃນເດືອນທັນວາ 2014 ເຊິ່ງປະຈຸບັນມີຊາວກະສິກອນ ແລະ ຜູ້ທີ່ສົນໃຈສະໝັກເປັນສະມາຊິກຈໍານວນຫຼາຍ.