ວັນທີ 28 ກຸມພາ 2025 ກົມອຸຕຸນິຍົມວິທະຍາການປະກາດກ່ຽວກັບການເຂົ້າສູ່ລະດູຮ້ອນຂອງປະເທດໄທ ປີ ຄ.ສ. 2025

ປະເທດໄທໄດ້ສິ້ນສຸດລະດູໜາວ ແລະ ເຂົ້າສູ່ລະດູຮ້ອນແລ້ວ ໃນວັນທີ 28 ກຸມພາ 2035 ໂດຍອຸນຫະພູມສູງສຸດໃນພາກເໜືອຂອງປະເທດໄທສູງຂຶ້ນ ແລະ ມີອາກາດຮ້ອນ ພ້ອມກັບລົມມໍລະສຸມຕາເວັນອອກສຽງເໜືອທີ່ພັດປົກຄຸມປະເທດໄທ ໄດ້ປ່ຽນເປັນລົມຕາເວັນອອກສຽງໃຕ້ ຫຼື ລົມທາງທິດໃຕ້ພັດປົກຄຸມ ເຊິ່ງເປັນການເຂົ້າສູ່ລະດູຮ້ອນຂອງປະເທດໄທ.

ຢ່າງໃດກໍຕາມ, ພາກເໜືອ ແລະ ພາກຕາເວັນອອກສຽງເໜືອ ຍັງຄົງມີອາກາດເຢັນໃນຕອນເຊົ້າຕໍ່ໄປອີກໄລຍະໜຶ່ງ ແລະ ຄາດວ່າລະດູຮ້ອນຈະສິ້ນສຸດປະມານກາງເດືອນພຶດສະພາ ປີ 2025.