7 ເຫດຜົນທີ່ອາຊີບພະນັກງານຂາຍເປັນອາຊີບທີ່ໜ້າສົນໃຈ
ອາຊີບພະນັກງານຂາຍໃນປັດຈຸບັນນີ້, ອາຊີບນີ້ແມ່ນເປັນທີ່ນິຍົມຢ່າງຫຼວງຫຼາຍ ເພາະວ່າເປັນອາຊີບທີ່ສາມາດສ້າງລາຍໄດ້ສູງ ແລະ ມີໂອກາດເຕີບໃຫຍ່ໃນອາຊີບໄດ້ຢ່າງວ່ອງໄວ. ເຖິງຢ່າງໃດກໍຕາມ, ອາຊີບພະນັກງານຂາຍບໍ່ແມ່ນອາຊີບທີ່ໃຜກໍເຮັດໄດ້, ຕ້ອງມີທັກສະ ແລະ ຄຸນສົມບັດທີ່ເໝາະສົມຈຶ່ງຈະປະສົບຜົນສຳເລັດໃນອາຊີບນີ້.
1. ລາຍໄດ້ສູງ
ອາຊີບພະນັກງານຂາຍເປັນອາຊີບທີ່ສາມາດສ້າງລາຍໄດ້ສູງໄດ້, ໂດຍສະເພາະຖ້າສາມາດປິດການຂາຍໄດ້ເປັນຈຳນວນຫຼາຍ. ລາຍໄດ້ຂອງພະນັກງານຂາຍຈະຂຶ້ນກັບຜົນຕອບແທນຈາກຍອດຂາຍ, ເຊິ່ງຂຶ້ນກັບປະເພດຂອງສິນຄ້າ ຫຼື ການບໍລິການທີ່ຂາຍ, ຕຳແໜ່ງໜ້າທີ່ ແລະ ປະສົບການການເຮັດວຽກ.
ບາງຄົນທີ່ເຮັດອາຊີບນີ້ໃນຕອນທຳອິດອາດຈະໝົດກຳລັງໃຈຍ້ອນວ່າເງິນເດືອນພື້ນຖານແມ່ນຄ່ອນຂ້າງຕໍ່າ, ແຕ່ຖ້າເຮັດຈົນຊຳນານແລ້ວ, ຄ່າຄອມມິດຊັນທີ່ໄດ້ຈາກການປິດການຂາຍແມ່ນຫຼາຍກວ່າເງິນເດືອນຂັ້ນຕ່ຳຫຼາຍເທົ່າຕົວ, ສະນັ້ນ ພວກເຮົາຈຶ່ງຕ້ອງພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດຫຼາຍຂຶ້ນ.
2. ມີໂອກາດເຕີບໃຫຍ່ໃນອາຊີບ
ອາຊີບພະນັກງານຂາຍເປັນອາຊີບທີ່ມີໂອກາດເຕີບໃຫຍ່ໃນສາຍອາຊີບຢ່າງໄວວາ. ຖ້າສາມາດສ້າງຍອດຂາຍໄດ້ດີ ແລະ ມີຜົນງານທີ່ໂດດເດັ່ນ, ກໍ່ມີໂອກາດໄດ້ຮັບການເລື່ອນຕໍາແໜ່ງເປັນຜູ້ຈັດການຝ່າຍຂາຍ ຫຼື ຜູ້ຈັດການຜະລິດຕະພັນ.
ຍິ່ງພວກເຮົາຂາຍໄດ້ຫຼາຍເທົ່າໃດ, ກໍ່ຍິ່ງເຮັດໃຫ້ກ້າວໜ້າໄວຂຶ້ນເທົ່ານັ້ນ, ເຊິ່ງເຄືອຂ່າຍການຊື້ດັ່ງກ່າວນີ້ອາດຈະໄດ້ມາຈາກລູກຄ້າທີ່ບອກຕໍ່ກັນປາກຕໍ່ປາກອີກດ້ວຍ.
3. ຮຽນຮູ້ສິ່ງໃໝ່ໆຕະຫຼອດເວລາ.
ໃນແຕ່ລະມື້ຈະໄດ້ພົບປະກັບຄົນຈຳນວນຫຼາຍ ແລະ ຮຽນຮູ້ກ່ຽວກັບສິນຄ້າ ຫຼື ການບໍລິການທີ່ຂາຍຢູ່ສະເໝີ, ເຮັດໃຫ້ໄດ້ຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ທັງໃນດ້ານສິນຄ້າ ຫຼື ການບໍລິການ, ການຕະຫຼາດ ແລະ ທັກສະການໂນ້ມນ້າວໃຈຄົນອື່ນ.
ການທີ່ພວກເຮົາໄດ້ພົບກັບຄົນໃໝ່ໆ ກໍ່ເຮັດໃຫ້ພວກເຮົາໄດ້ຮຽນຮູ້ສິ່ງໃໝ່ໆໃນທຸກໆຄັ້ງ. ສະນັ້ນ, ການເປັນພະນັກງານຂາຍຈຶ່ງເປັນອາຊີບທີ່ມີໂອກາດພັດທະນາຕົນເອງຢູ່ສະເໝີ.
4. ເປັນຄົນສັງເກດເກັ່ງ
ຊ່ວຍຝຶກຕົນເອງໃຫ້ພັດທະນາທັກສະຕ່າງໆໃຫ້ຫຼາຍຂຶ້ນ, ເຮັດໃຫ້ເປັນຄົນສັງເກດເຫັນທັງພາສາຮ່າງກາຍ, ສະພາບແວດລ້ອມ, ສະຖານະການຕ່າງໆ ເພື່ອຈະນຳມາວິເຄາະ ແລະ ວາງແຜນການຂາຍໄດ້ຢ່າງມີປະສິດທິພາບ. ຄົນທີ່ສັງເກດເຫັນ ແລະ ວິເຄາະສະຖານະການໄດ້ດີຈະກາຍເປັນພະນັກງານຂາຍທີ່ມີທ່າແຮງຫຼາຍຂຶ້ນອີກດ້ວຍ.
5. ມີເຄືອຂ່າຍສັງຄົມຫຼາຍຢ່າງ
ເນື່ອງຈາກອາຊີບພະນັກງານຂາຍເປັນອາຊີບທີ່ໄດ້ພົບປະກັບຄົນຫຼາຍໆຄົນ, ຈຶ່ງມີເຄືອຂ່າຍທາງສັງຄົມ ແລະ ຮູ້ຈັກຄົນຫຼາຍໆຄົນ, ເປັນໂອກາດໃນການຂະຫຍາຍທຸລະກິດ ຫຼື ການເຕີບໃຫຍ່ໃນສາຍວຽກງານໄດ້ຫຼາຍຂຶ້ນອີກດ້ວຍ. ເມື່ອພວກເຮົາແກ່ຂຶ້ນ, ການຮູ້ຈັກຄົນຫຼາຍໆຄົນເປັນສິ່ງທີ່ໄດ້ປຽບກວ່າຄົນທີ່ບໍ່ຮູ້ຈັກໃຜເລີຍ.
ອາຊີບພະນັກງານຂາຍເປັນອາຊີບທີ່ໜ້າສົນໃຈ ແລະ ທ້າທາຍ. ຖ້າທ່ານມີທັກສະ ແລະ ຄຸນສົມບັດທີ່ເໝາະສົມ, ທ່ານກໍ່ມີໂອກາດປະສົບຜົນສຳເລັດໃນອາຊີບນີ້. ເຖິງຢ່າງໃດກໍ່ຕາມ, ອາຊີບພະນັກງານຂາຍບໍ່ແມ່ນອາຊີບທີ່ເໝາະສົມສຳລັບທຸກຄົນ. ຜູ້ທີ່ສົນໃຈອາຊີບນີ້ຄວນສຶກສາຂໍ້ມູນ ແລະ ກະກຽມຕົວໃຫ້ພ້ອມກ່ອນຕັດສິນໃຈເລືອກອາຊີບນີ້.