ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ເປັນລາຍການທີ່ຖືກໃຈແມ່ຍິງ, ເໝາະສຳລັບການເຮັດວຽກປະຈຳວັນ ຫຼືແມ້ແຕ່ການອອກງານສຳຄັນໃນບາງໂອກາດ ແລະ ເກີບສູງຈາກ Louis Vuitton ກໍ່ມີການອອກແບບທີ່ຫຼາກຫຼາຍໃຫ້ເລືອກ, ເໝາະສຳລັບການມີໄວ້ໃນຄອບຄອງຫຼາຍຄູ່ພ້ອມກັນ. ຄັ້ງນີ້ທາງບົດຄວາມກໍ່ໄດ້ລວບລວມເກີບສູງທີ່ຜ່ານການອອກແບບທີ່ຫຼາກຫຼາຍນັ້ນໄວ້ໃຫ້ແລ້ວ, ດັ່ງນີ້:
1.ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Shake
ເລີ່ມຕົ້ນດ້ວຍເກີບຄູ່ທຳອິດກັບຮຸ່ນ Shake, ມີການອອກແບບທີ່ທັນສະໄໝ, ຕັດເຢັບຈາກໜັງລູກງົວເຄືອບເງົາ, ອອກແບບດ້ວຍສ้นຕັນແຕ່ຍັງມີລາຍລະອຽດທີ່ສ้นເພື່ອໃຫ້ເບິ່ງແຕກຕ່າງຈາກສ້ນຕັນທົ່ວໄປ, ຕາມສະໄຕລ໌ຂອງ Louis Vuitton, ມີສີບົວ Nude, ບໍ່ມີລວດລາຍ, ດ້ານໜ້າຂອງເກີບມີຕົວອັກສອນຫຍໍ້ LV ທີ່ດັດແປງມາຈາກຕົວລັອກກະເປົ໋າຮຸ່ນ Twist.
2.ເກີບສ้นສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Shake (ສາຍຮັດດ້ານຫຼັງ)
ມາຕໍ່ກັບເກີບຮຸ່ນ Shake ອີກຄູ່ໜຶ່ງ ໂດຍເກີບຄູ່ນີ້ຖືກອອກແບບເປັນສາຍຮັດສ้น, ເປີດໃຫ້ເຫັນສ້ນເກີບເລັກນ້ອຍ, ສີດຳສະໜິດຈາກໜັງແກະທີ່ສະຫງ່າງາມ, ເໝາະກັບການໃສ່ໃນງານສຳຄັນ, ເພີ່ມຄວາມຫຼູຫຼາດ້ວຍອຸປະກອນເສີມ LV ສີທອງຂະໜາດໃຫຍ່ທີ່ໂດດເດັ່ນຢູ່ດ້ານໜ້າເກີບ, ສ້ນທຶດຂອງເກີບຍັງຖືກອອກແບບເປັນຮູບຕົວ V ທີ່ມີຄວາມແຕກຕ່າງຕາມສະໄຕລ໌ຂອງ Louis Vuitton ພ້ອມດ້ວຍການຕົກແຕ່ງລາຍ Malletage.
3.ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Archlight
ເກີບສູງຮັດສ้นອີກຄູ່ໜຶ່ງ, ສໍາລັບຄູ່ນີ້ມີສາຍຮັດທີ່ໂດດເດັ່ນເລັກນ້ອຍ ເພາະມີການຕົກແຕ່ງດ້ວຍແຖບປະທັບຕົວອັກສອນ LOUIS VUITTON ໄວ້. ຕົວເກີບເປັນຮູບຮ່າງຫົວແຫຼມ ປະກອບກັບສ้นເຂັມທີ່ເບິ່ງແລ້ວຄ່ອງແຄ້ວ. ຕັດເຢັບຈາກໜັງແກະ ແລະ Patent Monogram ແຄນວັສ. ດ້ານໜ້າຕົກແຕ່ງດ້ວຍໜັງສີດຳລຽບປະທັບສັນຍາລັກ LV Circle ແຊກຕົວເຂົ້າໄປໃນ Patent Monogram ແຄນວັສ.
4. ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Blossom (ຕົບແຕ່ງດ້ວຍໂບ)
ເກີບສ้นສູງສີບົວ Nude ຮູບຊົງກະທັດຮັດ ແນບແໜ້ນກັບຕີນ, ເຮັດໃຫ້ຕີນເບິ່ງບາງລຽວ. ເຮັດຈາກໜັງລູກງົວເຄືອບເງົາ, ເພີ່ມລາຍລະອຽດທີ່ດ້ານໜ້າຂອງເກີບດ້ວຍໂບສີດຳຂະໜາດໃຫຍ່. ຕົວເກີບປິດພຽງແຕ່ດ້ານໜ້າ ແລະ ປິດນິ້ວຕີນທັງໝົດ, ແຕ່ດ້ານຂ້າງເປີດໂລ່ງ, ເປີດເຜີຍໃຫ້ເຫັນຜິວໜັງດ້ານຂ້າງຂອງຕີນ, ເຮັດໃຫ້ບໍ່ເບິ່ງປິດມິດເກີນໄປ. ອອກແບບດ້ວຍສ້ນແຫຼມສູງເຖິງ 9.5 ເຊນຕີແມັດ, ດ້ານຫຼັງເປີດໂລ່ງມີພຽງແຕ່ສາຍຮັດສ້ນນ້ອຍໆ.
5.ເກີບສ้นສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Stellar
ເກີບສູງຄູ່ນີ້ມີຊື່ຮຸ່ນວ່າ Stellar ມາພ້ອມກັບການອອກແບບສ้นແຫຼມ, ສີດຳສະໜິດ, ຕັດເຢັບຈາກໜັງລູກງົວເຄືອບເງົາ, ປິດມິດຊິດຢູ່ດ້ານໜ້າຕີນແຕ່ສ່ວນອື່ນເປີດໂລ່ງ, ເປີດໃຫ້ເຫັນຕີນທັງດ້ານຂ້າງ ແລະ ດ້ານຫຼັງ, ຕົກແຕ່ງດ້ວຍສາຍເສັ້ນນ້ອຍຈາກດ້ານໜ້າຕີນອ້ອມຮັດໄປດ້ານຫຼັງ, ຮູບຮ່າງເກີບເປັນຫົວແຫຼມ, ຖືກໃຈສາວໆສະໄຕລ໌ເປຣ້ຽວ, ຕົກແຕ່ງດ້ວຍອຸປະກອນເສີມ LV Circle ໂລຫະສີທອງຂະໜາດກະທັດຮັດຢູ່ດ້ານໜ້າຂອງເກີບຢ່າງໂດດເດັ່ນ, ສາມາດໃສ່ໄດ້ໃນຫຼາຍໆໂອກາດ, ທັງມື້ເຮັດວຽກ ຫຼື ງານສຳຄັນບາງງານ.
6.ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Blossom (ສີທອງ)
ເກີບສີທອງ Light Gold ຄູ່ນີ້ມີຊື່ຮຸ່ນວ່າ Blossom ຮູບຮ່າງຫົວແຫຼມ, ປິດບັງຮູບຮ່າງຕີນໃຫ້ເບິ່ງຍາວບາງ, ຕັດເຢັບຈາກ ໜັງລູກງົວສີເມທາລິກ, ອອກແບບເປັນເກີບຮັດສ้นດ້ວຍສາຍຮັດດ້ານຫຼັງທີ່ເຮັດຈາກໜັງທຳມະຊາດປັບລະດັບໄດ້, ພ້ອມທັງສັກລາຍ LOUIS VUITTON ໄວ້, ສ้นເກີບເປັນແບບສ้นແຫຼມພ້ອມທັງອອກແບບພິເສດດ້ວຍຮູບຮ່າງ Monogram Flower ທີ່ເປັນເອກະລັກຂອງລຸຍ ວີຕອງ, ເໝາະກັບການໃສ່ໃນຊີວິດປະຈຳວັນ, ທັງຍັງໃສ່ໄປງານລ້ຽງຕອນກາງຄືນໄດ້ຢ່າງບໍ່ຂັດເຂີນ.
7.ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Shake (ສາຍຮັດໜ້າຕີນ)
ເກີບສ้นສູງຄູ່ນີ້ ເປັນເກີບສ້ນທຶບທີ່ຖືກອອກແບບສ້ນໃຫ້ເປັນຮູບຕົວວີ ພ້ອມຕົກແຕ່ງດ້ວຍລາຍກາກບາດ Malletage ໂຕເກີບສີດຳສະໜິດຕັດເຢັບຈາກໜັງແກະເນື້ອອ່ອນ ມາພ້ອມຮູບຮ່າງເກີບຫົວຕັດສຸດເກ໋ ປະດັບດ້ວຍອຸປະກອນເສີມຕົວອັກສອນຫຍໍ້ LV ສີທອງ ມີສາຍຄາດດ້ານໜ້າຕີນປັບລະດັບໄດ້ ຊ່ວຍໃຫ້ເກີບແໜ້ນກັບຕີນໃນຂະນະທີ່ໃສ່ ທັງຍັງເສີມລາຍໃຫ້ເບິ່ງມີລູກຫຼິ້ນຫຼາຍຂຶ້ນ.
8.ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ຮຸ່ນ Sparkle
ເກີບສ้นສູງຄູ່ນີ້ມີຄວາມສະຫງ່າງາມ, ສີດຳທັງໝົດ, ຕັດເຢັບຈາກໜັງລູກງົວທີ່ສຸດແສນຈະລະອຽດ, ຮູບຮ່າງເກີບເປັນຫົວແຫຼມ, ເຮັດໃຫ້ຮູບຮ່າງຕີນເບິ່ງຍາວບາງ, ເຮັດສ້ນສູງຂຶ້ນເພື່ອຄວາມມີລະດັບ, ສ້ນເກີບເປັນສີທອງສະຫຼັບກັບສີດຳ, ພ້ອມທັງຕົກແຕ່ງດ້ວຍຕົວອັກສອນຫຍໍ້ LV ຢູ່ດ້ານຫຼັງຂອງເກີບມີສາຍຮັດທີ່ອອກແບບເປັນສາຍໂສ້ສັກລາຍ Monogram ສີທອງທີ່ປະທັບຢູ່ເທິງສາຍໜັງສີດຳ, ໃຫ້ຄວາມຮູ້ສຶກທີ່ສະຫງ່າງາມແຕ່ບໍ່ເກີນງາມ.
9.ເກີບສູງສຳລັບແມ່ຍິງ ຍີ່ຫໍ້ Louis Vuitton ລຸ້ນ LV Knot
ເກີບສູງຄູ່ນີ້ມີຊື່ຮຸ່ນວ່າ LV Knot ມາພ້ອມກັບສະໄຕລ໌ທີ່ແຕກຕ່າງ, ບໍ່ຊໍ້າໃຜ. ສີດຳຂອງເກີບນັ້ນຕັດເຢັບຈາກໜັງແກະ ແລະ ມີການຕົບແຕ່ງດ້ວຍເອັບເຟັກຈີບຢູ່ດ້ານເທິງຂອງເກີບ ເຮັດໃຫ້ບໍ່ເບິ່ງເປັນແບບງ່າຍໆຄືກັບຄູ່ອື່ນໆ, ເບິ່ງມີລູກຫຼິ້ນແບບສະເພາະຕົວ, ສື່ສານອອກມາເຖິງງານອອກແບບທີ່ໂດດເດັ່ນ, ເໝາະກັບສາວໆສາຍແຟຊັ່ນ. ມາພ້ອມກັບສ้นໜັງສຸດພິເສດທີ່ຜູກປົມດ້ວຍມື ແລະ ປິດທ້າຍດ້ວຍວົງ Patent Monogram ແຄນວັສຢູ່ດ້ານຫຼັງຂອງເກີບ.
ເກີບສ้นສູງສຳລັບແມ່ຍິງ ຍີ່ຫໍ້ Louisແຕ່ລະຄູ່ທີ່ມາພ້ອມກັບການອອກແບບພິເສດສຸດໆນັ້ນ ຄຸ້ມຄ່າທີ່ຈະມີໄວ້ໃນຄອບຄອງ ສາມາດໃສ່ໄດ້ໃນຫຼາຍໆໂອກາດ ເບິ່ງແລ້ວມີລາຄາ ແລະ ເໝາະສົມກັບສາວໆທຸກແບບທີ່ບໍ່ສາມາດປະຕິເສດໄດ້.